ກ່ຽວກັບພວກເຮົາ

I. ສະພາບແວດລ້ອມ.

ໂຄງການປົກປັກຮັກສາສົ່ງເສີມປູກ ແລະ ພັດທະນາຕົ້ນໝາກເກົາເປັນພະລັງງານທົດແທນ ແລະ ເປັນສິນຄ້າແນວຄວາມຄິດລີ້ເລີ່ມໂຄງການ 2+3 ໝາກເກົາລາວນີ້ແມ່ນ ທ່ານ ວົງເພັດ ໄຊເກີຢ່າຈົງຕົວ ເປັນຜູ້ລິເລີ່ມໃນປີ 1986 ໄລຍະນັ້ນ ທ່ານ ວົງເພັດ ໄຊເກີຢ່າຈົງຕົວ ເປັນເລຂາພັກແຂວງ ເຈົ້າແຂວງ ແຂວງຫຼວງພະບາງ. ປີ 2008 ທ່ານ ວົງເພັດ ໄຊເກີຢ່າຈົງຕົວ ໄດ້ຕົກລົງໃຫ້ ທ່ານ ສົມຊື່ນ ໄຊເກີຢາຈົງຕົວ ເປັນຜູ້ ຂຽນບົດວິພາກໂຄງການ 2 + 3 ໝາກເກົາລາວຂື້ນມາ ແລ້ວມອບໃຫ້ ບໍລິສັດໄມ້ສັກ ຫຼວງພະບາງ ເປັນຜູ້ຈັດຕັ້ງປະຕິບັດໂຄງການ 2+3 ໝາກເກົາລາວ ໃນການປຸກລະດົມປະຊາຊົນເຂົ້າຮ່ວມໂຄງການດ້ວຍຄວາມສະໝັກໃຈຂອງພໍ່ແມ່ປະຊາຊົນ ໃນໄລຍະນັ້ນ ແມ່ນ ທ່ານ ຄໍາສຸກໄຊເກີຢ່າຈົງຕົວເປັນ ຜູ້ອຳນວຍການ. ຮອດປີ 2013 ໄດ້ສ້າງຕັ້ງບໍລິສັດນ້ຳມັນເຊື້ອໄຟຊີວະພາບໝາກເກົາລາວ, ເພື່ອເກັບກູ້ຜົນຜະລິດໝາກເກົາລາວມາປຸງແຕ່ງເປັນນ້ຳມັນກາຊວນຊີວະພາບ, ຝຸ່ນຊີວະພາບ.

ມາຮອດປີ 2021 ເພື່ອໃຫ້ສອດຄ່ອງກັບໂຄງການ, ຈຶ່ງໄດ້ປ່ຽນຊື່ບໍລິສັດນ້ຳມັນເຊື້ອໄຟຊີວະພາບ   ໝາກເກົາລາວມາເປັນບໍລິສັດໝາກເກົາລາວ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວໃນວັນທີ 13/05/2021.

II. ໜ້າທີ່ຂອງບໍລິສັດ.

ເປັນບໍລິສັດສົ່ງເສີມປູກ ແລະ ເກັບຊື້ໝາກເກົາ ດ້ວຍຄວາມສະໝັກໃຈປູກ ໂດຍຮູບແບບ 2+3 ມີດັ່ງລຸ່ມນີ້:

1. ປະຊາຊົນມີດິນ(ເນື້ອທີ່) ແຮງານ(ປູກບົວລະບັັດຮັກສາ ແລະ ເກັບກູ້ຜົນຜະລິດ).

2. ບໍລິສັດມີແນວພັນເຕັກນິກ ແລະ ການຕະຫຼາດ, ເກັບຊື້ຜົນຜະລິດທີ່ຕົນໄດ້ສົ່ງເສີມ.

3. ຄຸ້ມຄອງໂຄງການ, ຄຸ້ມຄອງສວນປູກ ແລະ ຄຸ້ມຄອງຜົນຜະລິດຈາກປະຊາຊົນ.

4. ບໍລິສັດມີໜ້າທີ່ຄົ້ນຄ້ວາຜະລິດຕະພັນໃໝ່ຈາກໝາກເກົາເພື່ອຈຳໜ່າຍພາຍໃນ ແລະ ສົ່ງອອກຕ່າງປະເທດ.

ອີງຕາມ: ຄວາມເປັນຈີງຂອງຕົ້ນເກົາ ບໍລິສັດມີແຜ່ນຄົ້ນຄ້ວາຜະລິດຕະພັນດັ່ງນີ້:

ນໍ້າມັນໝາກເກົາສົດ, ຝຸ່ນຊີວະພາບຈາກນວນໝາກເກົາສະບູແລະຄິມທ່າຜິວຈາກນ້ຳມັນໝາກເກົາ, ຖ່ານຈາກເປືອກໝາກເກົາແລະນໍ້າສີຈາກນ້ຳມັນໝາກເກົາ.

III. ວິໄສທັດ.

ຄຳຂັວນຂອງໂຄງການ  ຕາບເສື້ອແມ່ .

1. ດໍາເນີນທຸລະກິດພາຍໃຕ້ກົດໝາຍ ແລະ ລະບຽບການ ຂອງ ປະເທດ ສປປ ລາວ.

2. ຢຶດໝັ້ນອຸດົມການຂອງພໍ່, ປະຕິບັດຕາມແນວທາງນະໂຍບາຍ ຂອງ ພັກປະຊາຊົນ ປະຕິວັດລາວ ໂດຍຜັນຂະຫຍາຍມະຕິ V ຂອງສູນກາງພັກ ຄື: "ເອົາກະສິກຳເປັນພື້ນຖານ  ເພື່ອຂະຫຍາຍເປັນອຸດສາຫະກຳ ແລະ ບໍລິການ ທາງຜ່ານ".

3. ປະກອບສ່ວນເພີ່ມເນື້ອທີ່ປົກຫຸມສີຂຽວໃຫ້ໄດ້ 70ຕາມຄາດໝາຍຂອງລັດຖະບານແຫ່ງ ສປປລາວ.

4. ຍຸດທະສາດເອົາຕົ້ນໝາກເກົາເປັນແປ້ນຢັນສ້າງລາຍຮັບໃຫ້ປະຊາຊົນມີທືນຮອນເສີມຂະຫຍາຍຕາມແນວທາງສອງປູກໜື່ງລຽງ

ເດີນຕາມເສັ້ນທາງພໍ່

ຖືໝາກເກົາເປັນຖົງເຂົ້າ

ຖືຢາງພາລາເປັນຖົງເງີນ

ຖືໄມ່ສັກເປັນຖົງຄຳ

IV. ໂຄງຮ່າງການຈັດຕັ້ງ.

ບໍລິສັດໝາກເກົາລາວຂາເຂົ້າຂາອອກຈຳກັດຜູ້ດ່ຽວປະກອບມີໂຄງລາງການຈັດຕັ້ງດັ່ງນີ້:

         1. ຜູ້ອໍານວຍການ.

         2. ຮອງຜູ້ອໍານວຍການ.

         3. ຫົວໜ້າສາຂາ.

         4. ຄະນະຮັບຜິດຊອບຂັ້ນບ້ານ.

         5. ຫົວໜ້າໜ່ວຍປະຈໍາບ້ານ.

V. ການເຄື່ອນໄຫວ.

  1.  ບໍລິສັດ ໄດ້ສົ່ງເສີມປະຊາຊົນ ປູກໝາກເກົາ ໃນ 06 ແຂວງພາກເໜືອ ແລະ 1 ແຂວງພາກກາງໃນນັ້ນມີ: ແຂວງຫຼວງພະບາງແຂວງຊຽງຂວາງແຂວງຫົວພັນແຂວງອຸດົມໄຊ, ແຂວງໄຊຍະບູລີແຂວງຜົ້ງສາລີ ແລະ ແຂວງວຽງຈັນ, ມີສະມາຊິກເຂົ້າຮ່ວມໂຄງການຫຼາຍກວ່າ 4000 ຄອບຄົວມີເນື້ອທີ່ທັງໝົດ 12,300 ກວ່າແຮັກຕາ.