ສວນ ກ້າເບຍ ໝາກເກົາ

ຂອງ ໂຄງການ 2 + 3 ໝາກເກົາລາວ

ທ່ານ ວົງເພັດ ໄຊເກີຢ່າຈົງຕົວ

ປຸກລະດົມປະຊາຊົນ ປູກໝາກເກົາ ເພື່ອເປັນສິນຄ້າ

ລົງຢຽມຢາມສວນໝາກເກົາ

ທະນາຄານ ແຫ່ງ ສປປ ລາວ ແລະ ທະນະຄານ ນະໂຍບາຍ ລົງຕິດຕາມ ໂຄງການ

ສວນຕົ້ນ ໝາກເກົາ

ຂອງ ໂຄງການ 2 + 3 ໝາກເກົາລາວ

ດອກໝາກເກົາ

ໃນໄລຍະ ເດືອນ 4 - 5

ໜາກເກົາ

ໃນໄລຍະ ເດືອນ 7 - 8

ເກັບກູ້ໝາກເກົາ

ໃນໄລຍະ ເດືອນ 11 - 12

ແກ່ນໝາກເກົາ

ຕາກລົມໃຫ້ແຫ້ງດີ

ເກັບຊື້ໝາກເກົາ

ກັບປະຊາຊົນ ໃນໄລຍະ ເດືອນ 11 - 12

ດາວໂຫຼດແອັບ

ພາລະບົດບາດ ແລະ ໜ້າທີຂອງພວກເຮົາ

ເປັນສ່ວນໜຶ່ງໃນການປະກອບສ່ວນ ຊ່ວຍປະຊາຊົນ ໃນການເຮັດກະສິກຳປູກຝັງ

ໂຄງການປົກປັກຮັກສາສົ່ງເສີມປູກ ແລະ ພັດທະນາຕົ້ນໝາກເກົາເປັນພະລັງງານທົດແທນ ແລະ ເປັນສິນຄ້າແນວຄວາມຄິດລີ້ເລີ່ມໂຄງການ 2+3 ໝາກເກົາລາວນີ້ແມ່ນ ທ່ານ ວົງເພັດ ໄຊເກີຢາຈົງຕົວ ເປັນຜູ້ລິເລີ່ມໃນປີ 1986 ໄລຍະນັ້ນ ທ່ານ ວົງເພັດ ເປັນເລຂາພັກແຂວງ ເຈົ້າແຂວງ ແຂວງຫຼວງພະບາງ. ປີ 2008 ທ່ານ ວົງເພັດ ໄຊເກີຢ່າຈົງຕົວ ໄດ້ຕົກລົງໃຫ້ ທ່ານ ສົມຊື່ນ ໄຊເກີຢາຈົງຕົວ ເປັນຜູ້ ຂຽນບົດວິພາກໂຄງການ 2 + 3 ໝາກເກົາລາວຂື້ນມາ ແລ້ວມອບໃຫ້ ບໍລິສັດໄມ້ສັກ ຫຼວງພະບາງ ເປັນຜູ້ຈັດຕັ້ງປະຕິບັດໂຄງການ 2+3 ໝາກເກົາລາວ ໃນການປຸກລະດົມປະຊາຊົນເຂົ້າຮ່ວມໂຄງການດ້ວຍຄວາມສະໝັກໃຈຂອງພໍ່ແມ່ປະຊາຊົນ ໃນໄລຍະນັ້ນ ແມ່ນ ທ່ານ ຄໍາສຸກໄຊເກີຢ່າຈົງຕົວເປັນ ຜູ້ອຳນວຍການ. ຮອດປີ 2013 ໄດ້ສ້າງຕັ້ງບໍລິສັດນ້ຳມັນເຊື້ອໄຟຊີວະພາບໝາກເກົາລາວ, ເພື່ອເກັບກູ້ຜົນຜະລິດໝາກເກົາລາວມາປຸງແຕ່ງເປັນນ້ຳມັນກາຊວນຊີວະພາບ, ຝຸ່ນຊີວະພາບ. ມາຮອດປີ 2021 ເພື່ອໃຫ້ສອດຄ່ອງກັບໂຄງການ, ຈຶ່ງໄດ້ປ່ຽນຊື່ບໍລິສັດນ້ຳມັນເຊື້ອໄຟຊີວະພາບ ໝາກເກົາລາວມາເປັນບໍລິສັດໝາກເກົາລາວ ຂາເຂົ້າ-ຂາອອກ ຈຳກັດຜູ້ດຽວໃນວັນທີ 13/05/2021.

Office plants

Field manager

Landscape design

Garden Care

ສະໜອງເບ້ຍໄມ້ທີ່ແຂງແຮງດີ

ເບ້ຍໝາກເກົາ ທີ່ສະໜອງໃຫ້ ເປັນເບ້ຍທີ່ເພາະພັນຖືກຮູບແບບ ແລະ ຖືກຕ້ອງຕາມຫຼັການ ຈິ່ງເຮັດໃຫ້ເບ້ຍທີ່ສະໜອງໃຫ້ມີຄວາມແຂວງແຮງ ທົນທານ

ລົງໃກ້ສິດແນະນຳ ປະຊາຊົນ

ມີທີມງານ ທີ່ສຳນານງານ ໃນການລົງໃກ້ສິດ ເພື່ອແນະນຳເຕັກນິກແຕ່ລະຂັ້ນຕ້ອນ ນັບຕັ້ງແຕ່ ການກ້າເບ້ຍອ່ອນ ຈົນເຖິງການປະສົມດີນ ເພື່ອປູກຝັງ

ແນະນຳຂັ້ນຕອນບົວລະບັດ

ຍາມໃດກໍ່ເປັນຫ່ວງ ແລະ ເອົາໃຈໃສ່ ໃນການແນະນຳປະຊາຊົນ ເພື່ອບົວລະບັດສວນປູກຂອງຕົນເອງ ໃຫ້ໄດ້ຮັບໝາກຜົນດີທຸກໆປີ

ເອົາໃຈໃສ່ຄຸນນະພາບຊີວິດສະມາຊິກ

ຄ່າຕອບແທນເໝາະສົມກັບແນວທາງ ນະໂຍບາຍ ຂອງພັກລັດ ເພື່ອໃຫ້ປະຊາຊົນ ມີຊີວິດການເປັນຢູ່ ທີ່ດີຂື້ນ

ຄວາມຄິດເຫັນ

ຕໍ່ໂຄງການ 2 + 3 ໝາກເກົາລາວ

ຂ່າວສານ

ການເຄື່ອນໄຫວທາງສັງຄົມ

ພາບເຄຶ່ອນໄຫວ ຂອງບໍລິສັດ ໝາກເກົາລາວ ຮ່ວມກັບຊາວໜຸ່ມເກັບກູ້ຊື້ແກ່ນໝາກເກົາປະຈຳປີ2023ທີ່ເມືອງວຽງຄຳ, ແຂວງຫຼວງພະບາງ

ພາບເຄຶ່ອນໄຫວ ຂອງບໍລິສັດ ໝາກເກົາລາວ ຮ່ວມກັບຊາວໜຸ່ມເກັບກູ້ຊື້ແກ່ນໝາກເກົາປະຈຳປີ2023ທີ່ເມືອງວຽງຄຳ, ແຂວງຫຼວງພະບາງ

ພິທີເຊັນສັນຍາ ກັບ ກອງບັນຊາການ ປກສ ແຂວງ ຫລວງພະບາງ

ພິທີເຊັນສັນຍາ ກັບ ກອງບັນຊາການ ປກສ ແຂວງ ຫລວງພະບາງເພື່ອສົ່ງເສີມ ໃຫ້ ບັນດາ ຄ້າຍຄຸ້ມຄັງ ທີ່ມີຜູ້ຕ້ອງຫາຫລາຍພັນຄົນ ເພື່ອສ້າງວຽກເຮັດໃຫ້ ຜູ້ຕ້ອງຫາ ມີລາຍຮັບເພີ່ມຈາກການປູກຫມາກເກົາເປັນອາຊີບເສີ່ມ.